ວິທີການລົງທະບຽນນຳໃຊ້ ແອັບ Sokxay Plus

1. ການລົງທະບຽນ ແນະນຳໃຫ້ໃຊ້ສະເພາະເບີທີ່ເຮົາໃຊ້ຢູ່ໃນເຄື່ອງຂອງເຮົາ ເພາະ​ຈະ​ງ່າຍ​ຕໍ່​ການ​ລົງ​ທະ​ບຽນ

   1.1 ໃຫ້ພິມ 20 ນຳໜ້າ ແລະ ຕາມດ້ວຍເບີໂທ
   1.2 ໃສ່ເບີໂທລົງໄປແລ້ວ ກໍ່ໃຫ້ກົດປຸ່ມ ສົ່ງລະຫັດ OTP 




ລໍຖ້າລະບົບຈະສົ່ງລະຫັດ OTP ມາຍັງໂທລະສັບຂອງເຮົາຜ່ານຂໍ້ຄວາມ
(ຖ້າເຮົາໃຊ້ເບີທີ່ໃຊ້ຢູ່ໜ່ວຍອື່ນ ເຮົາຈະບໍ່ສາມາດທີ່ຈະເອົາລະຫັດມາປ້ອນໃສ່ໄດ້)

- ຖ້າ​ລະຫັດ​ຍັງ​ບໍ່​ທັນ​ສົ່ງ​ມາ ໃຫ້​ກົດ​ປຸ່ມ "ສົ່ງ​ອີກ​ຄັ້ງ" 

- ເມື່ອ​ສົ່ງ​ອີກ​ຄັ້ງ ຍັງ​ບໍ່​ໄດ້​ບໍ່​ເຫັນ​ລະ​ຫັດ​ເຂົ້າ ໃຫ້​ກວດ​ສອບ​ເບີ​ທີ່​ປ້ອນ​ໃສ່ ວ່າ​ຖືກ​ຕ້ອງ​ແລ້ວ​ບໍ



2. ເຂົ້າໄປເປີດຂໍ້ຄວາມ ເພື່ອເອົາລະຫັດທີ່ທາງລະບົບໄດ້ສົ່ງມາທີ່ເບີຂອງເຮົາ ແລ້ວໃຫ້ຈື່ເອົາໄວ້...




ຈາກນັ້ນໃຫ້ເອົາລະຫັດ ກັບມາປ້ອນໃສ່ໃນຫ້ອງ ໃສ່ລະຫັດ OTP ແລ້ວກົດປຸ່ມ ຢືນຢັນ



ລະ​ບົບກໍ່ຈະເດັງຂຶ້ນມາໜ້ານີ້ທັນທີ ຖືວ່າການລົງທະບຽນນຳ​ໃຊ້​ແອັບ Sokxay Plus ສຳເລັດ